ຫຼາຍໆຄົນອາດຈະເຮັດວຽກແລ້ວຕິດຢູ່ແຕ່ບ່ອນເກົ່າ ບໍ່ມີໂອກາດທີ່ຈະພິສູດ ເງິນເດືອນບໍ່ເລື່ອນ ໜ້າທີ່ການງານກໍບໍ່ກ້າວໜ້າ. ຢາກເລົ່າ ຈຶ່ງຈະຂໍນຳສະເໜີ 9 ເທັກນິກເພື່ອໃຫ້ທ່ານໄດ້ເລື່ອນຂັ້ນ.
ວິທີຄຳນວນອາກອນລາຍຮັບດ້ວຍ Excel ຕາມແບບສະບັບປີ 2019
ປະເດັນທີ່ມາແຮງກັບການປັບອັດຕາອາກອນລາຍຮັບແບບໃໝ່ໃນປີ 2019 ນີ້ ທີ່ຖືກສະພາຮັບຮອງອອກມາເປັນທີ່ຮຽບຮ້ອຍແລ້ວ. Yaklao.com ເລີຍຂໍຖືໂອກາດນີ້ມາອະທິບາຍ ວິທີການຄຳນວນອາກອນລາຍຮັບດ້ວຍ Excel ໃຫ້ກັບຜູ້ທີ່ຍັງບໍ່ເຂົ້າໃຈວິທີໄລ່ ຫຼື ຜູ້ທີ່ສົນໃຈໃນການນຳໃຊ້ Microsoft Excel.
5 ເທັກນິກການບໍລິຫານເວລາ ແບບສະບັບນັກສຶກສາ ທີ່ບໍ່ຄ່ອຍມີເວລາ
ຊິເຮັດແນວໃດເມື່ອວຽກບ້ານກໍຫຼາຍ, ບົດລາຍງານກໍຄ້າງ, ວຽກເຮືອນກໍມີ ແລະ ຍັງຕ້ອງແບ່ງເວລາໃຫ້ແຟນອີກ? ຈະເຮັດອັນໃດກ່ອນ ເຮັດອັນໃດລຸນ ມື້ນີ້ກໍເລີຍມີອີກເທັກນິກສຳລັບນັກສຶກສາທີ່ບໍ່ຄ່ອຍມີເວລາ ຈະມາໃນຫົວຂໍ້ 5 ເທັກນິກການບໍລິຫານເວລາ ແບບສະບັບນັກສຶກສາ ທີ່ບໍ່ຄ່ອຍມີເວລາ.
ເຮົາຈະເລືອກຮຽນຄະນະໃດ? 5 ຂໍ້ທີ່ຊ່ວຍໃຫ້ທ່ານຄົ້ນຫາຄະນະທີ່ແມ່ນສຳລັບທ່ານ
ຊ່ວງນີ້ເປັນຊ່ວງທີ່ນ້ອງໆມັດທະຍົມຕອນປາຍກຳລັງຂຸ້ນຂ້ຽວກຽມເສັງຈົບຊັ້ນ ໂດຍສະເພາະແມ່ນນ້ອງໆ ມ.7 ທີ່ບາງຄົນກໍຍັງບໍ່ທັນຮູ້ວ່າໂຕເອງຈະໄປທາງໃດຫຼັງຈາກທີ່ຈົບ ມ.7 ນີ້. YakLao.com ຈຶ່ງຂໍແນະນຳວິທີເລືອກສາຍຮຽນ ເພື່ອໃຫ້ນ້ອງໆຈະໄດ້ລອງໄປຄິດ ພິຈາລະນາວ່າໂຕເອງຈະຮຽນສາຍໃດ ໄປຄະນະໃດ. ແຕ່ສຳລັບຜູ້ທີ່ຮຽນແລ້ວກໍລອງອ່ານເບິ່ງວ່າ ເຮົາຮຽນຖືກສາຍແລ້ວບໍ່?
5 ວິທີຮັບມືກັບ ການເຮັດບົດລາຍງານກຸ່ມ
ການເຮັດບົດລາຍງານກຸ່ມນັ້ນຖືເປັນວຽກໜັກສຳລັບນັກສຶກສາຫຼາຍຄົນ ຈຸດປະສົງກໍເພື່ອໃຫ້ນັກສຶກສາໄດ້ຮູ້ຈັກການບໍລິຫານ ການຈັດການ ແລະ ການເຮັດວຽກເປັນທີມ ແຕ່ກໍມີຫຼາຍໆຄັ້ງທີ່ນັກສຶກສາບາງຄົນນັ້ນຂີ້ຄ້ານ ແລະ ບໍ່ມັກຊ່ວຍໝູ່ ແຖມຍັງກິນແຮງໝູ່ອີກ. ບົດຄວາມຂອງ YakLao ຈຶ່ງຈະຂໍນຳສະເໜີ 5 ວິທີຮັບມືກັບ ການເຮັດບົດລາຍງານກຸ່ມ ຄ້າຍໆກັບການສ້າງ OKRs ເພື່ອຫຼາຍໆຄົນຈະໄດ້ນຳເອົາໄປໃຊ້.
5 ເທັກນິກການສ້າງບົດລາຍງານດ້ວຍ MS Word
ແນ່ນອນວ່າການເປັນນັກສຶກສາ ຕ້ອງໄດ້ເຮັດບົດລາຍເພື່ອສົ່ງອາຈານເປັນປະຈຳ ແຕ່ບັນຫາທີ່ພົບເຫັນຫຼາຍແມ່ນທັກສະການໃຊ້ງານຄອມພິວເຕີທີ່ບໍ່ຄ່ອຍແໜ້ນ ຫຼື ບໍ່ເປັນເລີຍຂອງນັກສຶກສາໃນລາວເຮົາ. ກ່ອນໜ້ານັ້ນ yaklao.com ໄດ້ສະເໜີ 7 ເທັກນິກການໃຊ້ Word ມາເທື່ອນິ້ຈຶ່ງຂໍແນະນຳ 5 ເທັກນິກການສ້າງບົດລາຍງານດ້ວຍ MS Word.
5 ແອັບທີ່ເຮັດໃຫ້ຊີວິດນັກສຶກສາງ່າຍຂຶ້ນ
ຊີວິດນັກສຶກສາມີຫຼາຍຢ່າງຈະຕ້ອງເຮັດ ຈັກຊິບົດລາຍງານ ວຽກບ້ານ ບົດເຝິກຫັດ ວຽກກິດຈະກຳໂຮງຮຽນ ວຽກທາງຄອບຄົວ ຄວາມຮັກ ຫາເງິນ ແລະ ອື່ນໆອີກສາລະພັດ ຈົນບໍ່ຮູ້ຊິຈັດການກັບຊີວິດແນວໃດ. ມື້ນີ້ yaklao ຈຶ່ງຈະຂໍມານຳສະເໜີ 5 ແອັບທີ່ເຮັດໃຫ້ຊີວິດນັກສຶກສາງ່າຍຂຶ້ນ ແທນທີ່ຈະເສຍເວລາກັບເອກະສານຕ່າງໆ ໃຫ້ເອົາເວລາເລົ່ານັ້ນໄປເຮັດຢ່າງອື່ນທີ່ດີກວ່າ ແລ້ວປ່ອຍໃຫ້ 5 ແອັບນີ້ຈັດການໃຫ້ເຮົາ.
7 ເທັກນິກໃຊ້ Microsoft Word ໃຫ້ໄວທັນໃຈ
ບົດຄວາມ 7 ເທັກນິກສ້າງ PowerPoint ໃຫ້ໂດນໃຈ ໄດ້ຮັບການຕອບຮັບຢ່າງດີ ແອັດມິນເລີຍຢາກຈັດໃຫ້ອີກ ເພາະວ່າການໃຊ້ງານໂປຣແກຣມ Microsoft Word ນັ້ນເປັນເລື່ອງພື້ນຖານຂອງທຸກໆຄົນ. ດັ່ງນັ້ນ, ທາງເວັບ yaklao ເລີຍຢາກຈະນຳສະເໜີເທັກນິກທີ່ຈະເຮັດໃຫ້ທຸກໆຄົນໃຊ້ໂປຣແກຣມ MS Word ໄດ້ຢ່າງມືອາຊີບ ແລະ ວ່ອງໄວທັນໃຈຂຶ້ນກວ່າເກົ່າກັບ 7 ເທັກນິກໃຊ້ Microsoft Word ໃຫ້ໄວທັນໃຈ.