ໃນຍຸກໃໝ່ທີ່ໂທລະສັບມືຖືກາຍເປັນອາຈານໄດ້ ຜູ້ຮຽນສາມາດຫາຄວາມຮູ້ພຽງປາຍນິ້ວສຳພັດ ບໍ່ວ່າຈະເປັນການຄົ້ນຫາຜ່ານ Google, Wikipedia, Youtube, ໂພສຖາມໃນ Facebook ຫຼື ຮຽນອອນລາຍຜ່ານ Udemy, edX ແລະ ອື່ນໆອີກຫຼາກຫຼາຍ ຈົນຫຼຸດບົດບາດຂອງໂຮງຮຽນ ແລະ ຄູລົງໄປ.
ເຮົາກຳລັງສອນໃຫ້ເດັກຮູ້ອ່ານ-ຂຽນ ແຕ່ເປັນຫຍັງບໍ່ສອນໃຫ້ຮູ້ຄິດ
ຫຼາຍໆຄົນນັ່ງຈົ່ມວ່າໂຮງຮຽນຢູ່ລາວມັນເປັນຈັ່ງຊັ້ນຈັ່ງຊີ້ ເປັນຫຍັງການສຶກສາບ້ານເຮົາມັນຄືບໍ່ທຽບເທົ່າບ້ານເພິ່ນ ແລ້ວ ຍາມໃດປະເທດຈະພັດທະນາໄປໄດ້ ຖ້າຍັງຈົ່ມຢູ່ແບບນີ້ແຕ່ບໍ່ມີຜູ້ໃດລົງມືເຮັດລົງມືກະທຳຫຍັງຈັກຢ່າງ. ຈົນເກີດເປັນທີ່ມາຂອງບົດຄວາມນີ້ ເຊິ່ງຂຽນຂຶ້ນມາເພື່ອໃຫ້ທຸກຄົນຄຳນຶງເຖິງບັນຫາທີ່ມີຄືເຮົາກຳລັງສອນໃຫ້ເດັກຮູ້ອ່ານ–ຂຽນ ແຕ່ເປັນຫຍັງບໍ່ສອນໃຫ້ຮູ້ຄິດ
ປິດຕຳນານການກ່າຍ ທີ່ສະຖາບັນສ້າງຄູແຫ່ງໜຶ່ງ ໃນພາກໃຕ້ຂອງລາວ
ບັນຫາທີ່ຄວນແກ້ໃນການສຶກສາລາວແມ່ນຫຍັງ?