ຫຼາຍໆຄົນນັ່ງຈົ່ມວ່າໂຮງຮຽນຢູ່ລາວມັນເປັນຈັ່ງຊັ້ນຈັ່ງຊີ້ ເປັນຫຍັງການສຶກສາບ້ານເຮົາມັນຄືບໍ່ທຽບເທົ່າບ້ານເພິ່ນ ແລ້ວ ຍາມໃດປະເທດຈະພັດທະນາໄປໄດ້ ຖ້າຍັງຈົ່ມຢູ່ແບບນີ້ແຕ່ບໍ່ມີຜູ້ໃດລົງມືເຮັດລົງມືກະທຳຫຍັງຈັກຢ່າງ. ຈົນເກີດເປັນທີ່ມາຂອງບົດຄວາມນີ້ ເຊິ່ງຂຽນຂຶ້ນມາເພື່ອໃຫ້ທຸກຄົນຄຳນຶງເຖິງບັນຫາທີ່ມີຄືເຮົາກຳລັງສອນໃຫ້ເດັກຮູ້ອ່ານ–ຂຽນ ແຕ່ເປັນຫຍັງບໍ່ສອນໃຫ້ຮູ້ຄິດ