Huawei ຄ້າຍພັດທະນາໂທລະສັບລາຍໃຫຍ່ອັນດັບຕົ້ນໆຂອງໂລກ ທີ່ມີບັນຫາການຄ້າກັບທາງສະຫະລັດ ເຮັດໃຫ້ບໍ່ມີສິດເຂົ້າເຖິງບໍລິການຂອງ Google ເຊິ່ງເປັນເຈົ້າຂອງລະບົບປະຕິບັດການ Android. ກໍເລີຍຖືໂອກາດນີ້ອອກລະບົບໃໝ່ຊື່ Harmony OS ທີ່ເຄຼມວ່າສຳລັບ IoT ແຕ່ອາດຈະມາແທນທີ່ Android.
Harmony ແມ່ນລະບົບປະຕິບັດການທີ່ທາງ Huawei ພັດທະນາຂຶ້ນມາແບບລັບໆ ຫວັງຈະໃຊ້ງານກັບອຸປະກອນ IoT ເຊັ່ນ ໂທລະທັດ, ຕູ້ເຢັນ, ດອກໄຟ, ໂມງ ທຸກຢ່າງທີ່ເຊື່ອມຕໍ່ກັບອິນເຕີເນັດ.
ກ່ອນໜ້ານັ້ນແມ່ນໄດ້ປະກາດລະບົບປະຕິບັດການ Hongmeng ເຊິ່ງເປັນຊື່ທີ່ບໍ່ເປັນທາງການ ແລ້ວກໍປ່ຽນມາເປັນ Harmony ທີ່ເປັນຊື່ທາງການຂອງລະບົບປະຕິບັດການນີ້
ການອອກມາປະກາດຄັ້ງນີ້ສະແດງໃຫ້ເຫັນວ່າ Huawei ເອງກໍພ້ອມທີ່ຈະຖືກຕັດສິດຈາກການໃຊ້ງານ Android. ເຖິງແມ່ນວ່າລະບົບນີ້ຈະບອກວ່າເໝາະກັບ IoT ແຕ່ກໍພ້ອມທີ່ຈະເຂົ້າແທນທີ່ Android ເມື່ອຍາມນັ້ນມາເຖິງ. ທ່ານ ຣິຊາດ ຢູ ປະທານບໍລິຫານດ້ານທຸລະກິດຂອງ Huawei ຍັງໄດ້ບອກອີກວ່າ Harmony OS ຈະເປັນລະບົບທີ່ປອດໄພກວ່າ ແລະ ໄວກວ່າ Android.
ເຖິງຢ່າງໃດກໍຕາມ ນະປະຈຸບັນນີ້ Huawei ກໍຍັງຄົນເນັ້ນໜັກໄປທີ່ການພັດທະນາສິ່ງຕ່າງໆໃຫ້ກັບ Android ຢູ່ ເພາະຖືວ່າເປັນລະບົບປະຕິບັດການຫຼັກຂອງໂທລະສັບ ສະມາດໂຟນຂອງ Huawei.
Source: The Standard