ເຮົາມາເບິ່ງກັນວ່າ ເຫດຜົນທີ່ Facebook ສະແດງຮູບພາບບໍ່ໄດ້ ແມ່ນຍ້ອນເຫດຜົນໃດ ແລ້ວຈະມີວິທີແກ້ໄຂແນວໃດ?
ຄືນວັນທີ 3/7/2019 ຊ່ວງເວລາ 20:30 ເປັນຕົ້ນມາ ເຫັມີຜູ້ໃຊ້ງານຫຼາຍທ່ານຈົ່ມວ່າ ເຟສບຸກ ສະແດງຮູບບໍ່ໄດ້, ວ໊ອດແອັບເບິ່ງຮູບບໍ່ໄດ້, ໄອຈີ ກໍບໍ່ເຫັນຮູບ ຄົງຈະເຫັນແບບນີ້

ຈາກເວັບໄຊ້ Dowdetector reports ໄດ້ກວດຈັບວ່າ ມີຜູ້ລາຍງານບັນຫາການສະແດງຜົນຮູບພາບ ຂອງສູງຂຶ້ນ ເປັນກັນທົ່ວໂລກໂດສະຫຼຸບໄດ້ວ່າມີບັນຫາເລື່ອງຕ່າງໆດັ່ງນີ້
- ບັນຫາດ້ານຮູບພາບ 85%
- ບັນຫາດ້ານ Newsfeed 9%
- ບັນຫາລ໊ອກອິນ 4%
Facebook ຈົນໄດ້ໃຊ້ twitter ເພື່ອສົ່ງຂໍ້ຄວາມຫາຜູ້ໃຊ້ງານວ່າມີບັນຫາການສະແດງຜົນຮູບພາບ, ວິດີໂອ, ແລະ ສຽງ. ພວກເຮົາຂໍອະໄພທີ່ເຮັດໃຫ້ເກີດບັນຫາ ເຊິ່ງກຳລັງເລັ່ງແກ້ໄຂໃຫ້ກັບມາເປັນປົກກະຕິ ໃຫ້ໄດ້ໄວທີ່ສຸດ
We’re aware that some people are having trouble uploading or sending images, videos and other files on our apps. We’re sorry for the trouble and are working to get things back to normal as quickly as possible. #facebookdown
— Facebook (@facebook) July 3, 2019
ສາເຫດທີ່ມີບັນຫາ
ສາເຫດຫຼັກນັ້ນກໍມຈາກ CDN ຂອງລະບົບເຄືອຂ່າຍທີ່ເຊື່ອມ ເຊີບເວີ້ (ເຄື່ອງແມ່ຂ່າຍ) ຂອງເຟສບຸກ ເຂົ້ານຳກັນ ມີບັນຫາ ບໍ່ສາມາດສົ່ງຂໍ້ມູນຫາກັນໄດ້. ຈຶ່ງມີຜົນກະທົບຫາຜູ້ໃຊ້ ເຮັດໃຫ້ບໍ່ສາມາດສະແດງຂໍ້ມູນເທິງໜ້າເວັບ ຫຼື ແອັບຂອງເຮົາໄດ້.
CDN ແມ່ນຫຍັງ
CDN = Content Delivery Network ແມ່ນລະບົບເຄືອຂ່າຍຄອມພິວເຕີ ຂະໜາດໃຫຍ່ ເຊື່ອມຕໍ່ຄອມພິວເຕີທົ່ວໂລກເຂົ້ານຳກັນ ເຮັດໜ້າທີ່ໃນການຮັບສົ່ງຂໍ້ມູນ ບໍ່ວ່າຈະເປັນຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ເອກະສານຕ່າງໆ.
CDN ຈະກ໊ອບປີຂໍ້ມູນ ແລ້ວກະຈາຍຕໍ່ໄປຫາຄອມພິວເຕີແມ່ຂ່າຍເຄື່ອງອື່ນໆໃນລະບົບ ທົ່ວໂລກ ເມື່ອຜູ້ໃຊ້ງານຮ້ອງເອີ້ນໃຊ້ຂໍ້ມູນ ກໍສາມາດດຶງເອົາຈາກຄອມແມ່ຂ່າຍທີ່ຢູ່ໃກ້ທີ່ສຸດ ເຮັດໃຫ້ການຮັບສົ່ງຂໍ້ມູນໄວຂຶ້ນ
ເວົ້າງ່າຍໆຄື: ແທນທີ່ຢູ່ລາວເຮົາຈະໄປດຶງຂໍ້ມູນຈາກອາເມລິກາ ເຮົາກໍດຶງຈາກສິງກະໂປ ເຊິ່ງຢູ່ໄກ້ກວ່າ ແບບນີ້ເປັນຕົ້ນ.
ວິທີແກ້ໄຂ
ຕອນນີ້ເຮົາບໍ່ສາມາດແກ້ໄຂຫຍັງໄດ້ ຕ້ອງລໍຖ້າ ເຟສບຸກ ແກ້ໄຂແລ້ວ ເພາະບັນຫາບໍ່ໄດ້ຢູ່ທີ່ເຮົາ ແລະ ບໍ່ແມ່ນເຮົາທີ່ເປັນຄົນດຽວ.
ອິນເຕີເນັດບ້ານເຮົາບໍ່ໄດ້ມີບັນຫາຫຍັງເດີ້ ແຕ່ເປັນ ເຟສບຸກທີ່ມີບັນຫາ ຢ່າໂທດເນັດ
ທ່ານອາດຈະຫັນໄປໃຊ້ Twitter ກ່ອນກໍໄດ້ເຊັ່ນກັນ ຊຳຊ່າ ເຟສບຸກ ແກ້ໄຂບັນຫານີ້ແລ້ວ
ທີ່ມາ
https://petapixel.com/2019/07/03/facebook-and-instagram-photos-go-down-globally