ແນ່ນອນວ່າການເປັນນັກສຶກສາ ຕ້ອງໄດ້ເຮັດບົດລາຍເພື່ອສົ່ງອາຈານເປັນປະຈຳ ແຕ່ບັນຫາທີ່ພົບເຫັນຫຼາຍແມ່ນທັກສະການໃຊ້ງານຄອມພິວເຕີທີ່ບໍ່ຄ່ອຍແໜ້ນ ຫຼື ບໍ່ເປັນເລີຍຂອງນັກສຶກສາໃນລາວເຮົາ. ກ່ອນໜ້ານັ້ນ yaklao.com ໄດ້ສະເໜີ 7 ເທັກນິກການໃຊ້ Word ມາເທື່ອນິ້ຈຶ່ງຂໍແນະນຳ 5 ເທັກນິກການສ້າງບົດລາຍງານດ້ວຍ MS Word.
1. ຕັ້ງຄ່າໜ້າເຈ້ຍໃຫ້ໄດ້ມາດຕະຖານ
ສິ່ງທີ່ຕ້ອງເຮັດກ່ອນໝູ່ເລີຍແມ່ນຕັ້ງຄ່າໜ້າເຈ້ຍໃຫ້ໄດ້ມາດຕະຖານຕາມທີ່ກຳນົດໄວ້ ເຊິ່ງຂຶ້ນກັບແຕ່ສະຖາບັນແຕ່ລະແຫ່ງວ່າຈະວາງຂອບເຂດຕ່າງກັນແນວໃດ ແຕ່ມາດຕະຖານສ່ວນໃຫຍ່ແມ່ນ ຊ້າຍ: 3cm, ຂວາ: 1cm, ເທິງ ແລະ ລຸ່ມ: 2,5cm ຂະໜາດເຈ້ຍເປັນ A4. ວິທີກຳນົດແມ່ນໃຫ້ເຂົ້າທີ່ Page Layout > Page Setup ແລ້ວກໍກຳນົດຕາມທີວາງໄວ້ດັ່ງຮູບພາບ.



2. ໃສ່ເລກໜ້າເຈ້ຍ
ຫຼັງຈາກຕັ້ງເຈ້ຍແລ້ວກໍໃສ່ເລກໜ້າໄວ້ກ່ອນເລີຍ ເພື່ອເວລາເຮົາພິມບົດຈຶ່ງຮູ້ວ່າໂຕໃດຢູ່ໜ້າໃດ ເພື່ອໃຫ້ງ່າຍແກ່ການຊອກຫາອີກດ້ວຍ. ສຳລັບວິທີໃສ່ເລກໜ້າເຈ້ຍກໍງ່າຍໆ ໃຫ້ເຂົ້າໄປທີ່ Insert > Page Number ແລ້ວກໍເລືອກຕາມແບບທີ່ຕ້ອງການ

3. ພິມໂຄງຮ່າງບົດລາຍງານໄວ້ກ່ອນ
ໂຈດທຳອິດຂອງການເຮັດບົດລາຍງານແມ່ນຕ້ອງຮູ້ກ່ອນວ່າເຮົາຈະມີຫົວຂໍ້ໃຫຍ່ຈັກຂໍ້ ແລະ ຍ່ອຍຈັກຂໍ້ ແລ້ວກໍໃຫ້ວາງໂຄງຮ່າງຕ່າງໆອອກມາກ່ອນ ອາດຈະຂຽນອອກມາວ່າມີບົດທີ 1 ມີຂໍ້ຍ່ອຍຫຍັງແດ່, ບົດທີ 2, 3… ມີຂໍ້ຍ່ອຍແນວໃດ. ຈາກນັ້ນຈຶ່ງພິມບັນດາເນື້ອໃນຕ່າງໆເຂົ້າໃນຫົວຂໍ້ແຕ່ລະອັນ. ຕາມປົກກະຕິແລ້ວຈະມີຂະໜາດທີ່ກຳນົດເປັນມາດຕະຖານຢູ່ດັ່ງນີ້
- ຫົວບົດ: ຂະໜາດ 16 ໂຕໜາ
- ຫົວຂໍ້ໃຫຍ່: ຂະໜາດ 14 ໂຕໜາ
- ຫົວຂໍ້ນ້ອຍ: ຂະໜາດ 12 ໂຕໜາ
- ຂໍ້ຄວາມທົ່ວໄປ: ຂະໜາດ 12 ໂຕທົ່ວໄປ
4. ຈັດແຖວໃຫ້ງາມເພື່ອຄະແນນທີ່ດີ
ໃນການພິມເອກະສານທົ່ວໄປແລ້ວຄວນຈະເປັນເສັ້ນ Margin ເພື່ອເວລາພິມເຮົາຈຶ່ງຈະຮູ້ວ່າມັນກຳລັງຈະຕົກ ແຖວ ຫຼື ບໍ່. ວິທີເປີດ Margin ແມ່ນເຂົ້າທີ່ Word Options > Advanced > Show document content ແລ້ວໃຫ້ກົດໝາຍຖືກທີ່ Text boundaries.



ໃນຂະນທີ່ພິມແມ່ນຕ້ອງເບິ່ງນຳວ່າໂຕໜັງສືກຳລັງຈະສຸດແຖວຫຼືບໍ່ ຖ້າວ່າໃກ້ຈະສຸດແຖວແລ້ວແມ່ນໃຫ້ກົດຍະວ່າງ ເພື່ອໃຫ້ໂຕອັກສອນຕັດລົງແຖວໃໝ່ເອງອັດຕະໂນມັດ. ສ່ວນການພິມແມ່ນໃຫ້ເລືອກເປັນແບບ Justify ເພື່ອໃຫ້ໂຕໜັງສືຊິດຂອງທັງສອງດ້ານຢ່າງສະໝໍ່າສະເໝີ.

5. ບັນທຶກເປັນ PDF ແລ້ວນຳໄປ Print
ບັນຫາສ່ວນໃຫຍ່ທີ່ພົບໃນການພິມບົດລາຍງານແມ່ນບົດເຄື່ອນ ຫຼື ຕົກແຖວ ເວລາເຮົາໄປ Print ຢູ່ຮ້ານ. ສະນັ້ນວິທີແກ້ໄຂງ່າຍໆກໍຄືໃຫ້ບັນທຶກເປັນ PDF ສາກ່ອນ ແລ້ວຈຶ່ງນຳໄປສັ່ງພິມຢູ່ຮ້ານພິມເອກະສານ ເພື່ອມັນຈະບໍ່ໄດ້ຕົກແຖວ. ວິທີບັນທຶກກໍໃຫ້ກົດທີ່ Save as ຈາກນັ້ນກໍເລືອກປະເພດຟາຍໃຫ້ເປັນ PDF ແລ້ວກົດ Save

ຖ້າຄິດວ່າບົດຄວາມນີ້ເປັນປະໂຫຍດກໍ Share ຕໍ່ໃຫ້ໝູ່ຄູ່ ຫຼື ຄົນອ້ອມຂ້າງໄດ້ຮູ້ເທັກນິກນຳກັນ
ມີຈຸດໃດບໍ່ເຂົ້າໃຈ ຫຼື ຢາກສອບຖາມເພິ່ມຕື່ມ ສາມາດສອບຖາມໄດ້ທີ່ Facebook Yak Lao ຫຼື ສົ່ງຄຳຖາມໄດ້ທີ່ m.me/yaklaoyaklao