ໃນບໍ່ພໍເທົ່າໃດມື້ທີ່ຜ່ານມາ ທັງ Google ແລະ Samsung ກໍໄດ້ພາກັນເປີດໂຕ Foldable ຫຼື ໂທລະສັບມືຖືພັບໄດ້
ເອ້….ຊິເອີ້ນແທັບເລັດດີບໍ່? ມັນໃຫຍ່ເທົ່າໆກັນໄດ໋
Foldable ແມ່ນຫຍັງ? ມັນແມ່ນໜ້າຈໍທີ່ສາມາດພັບໄດ້ ພັບໄປໆມາໆຄືພັບເຈ້ຍນິລະ. ເຊິ່ງຝ່າຍພັດທະນາຂອງ
Google ກໍໄດ້ສຸມໃສ່ພັດທະນາລະບົບມາຫຼາຍປີເພື່ອທີ່ຈະໄດ້ມີລະບົບປະຕິບັດການທີ່ຮອງຮັບກັບອຸປະກອນພັບໄດ້
ເຊິ່ງ Google ກໍໄດ້ຮ່ວມມື້ກັບ Samsung ໃນການພັດທະນາອຸປະກອນນີ້ຂຶ້ນມາ.
ແລະແລ້ວໃນວັນທີ 8 ພະຈິກ 2018 ທີ່ຜ່ານມາ ບໍລິສັດ Samsung ຍັກໃຫຍ່ແຫ່ງວົງການເທັກໂນໂລຊີ
ໄດ້ເປີດໂຕຕົ້ນແບບໜ້າຈໍພັບໄດ້ ຫຼື ໂທລະສັບພັບໄດ້ ໃນງານ Devoloper Conference 2018 ທີ່ປະເທດເກົາຫຼີ
#Samsung #Galaxy #Foldablephone pic.twitter.com/cjFlusKftj
— 김형준 (@gs48725) November 7, 2018
ຕາມທີ່ເຫັນໃນພາບ ນັ້ັນເປັນພຽງຕົ້ນແບບເພື່ອໃຫ້ເຮົາໄດ້ຈິນຕະນາການອອກວ່າໂທລະສັບມືຖືໃນໂລກອະນາຄົດ
ຈະເປັນແນວໃດ. ໂທລະສັບພັບໄດ້ ທີ່ສາມາດກາຍເປັນແທັບເລັດເມື່ອເປີດອອກ ແລະ ເປັນໂທລະສັບເມື່ອພັບເຂົ້າ.
ຖ້າຫາກຍ້ອນກັບໄປໃນຊ່ວງຕົ້ນປີກໍມີເທັກໂນໂລຢີແບບນີ້ຈາກທາງ Intel ທີ່ເປີດໂຕຕົ້ນແບບທີ່ພວກເຂົາກຳລັງພັດທະນາ
ເຊິ່ງເປັນໜ້າຈໍພັບໄດ້, ໜ້າຈໍຕໍ່ກັນໄດ້ ແລະ ມີທັງເປັນປຶ້ມ ເປັນເຈ້ຍ ຫຼາກຫຼາຍຮູບແບບ ທີ່ບັນດາບໍລິສັດຍັກໃຫຍ່
ແຫ່ງວົງການເທັກໂນໂລຢີພາກັນພັດທະນາ.
ໃນວັນຂ້າງໜ້າ ໜ້າຕາໂທລະສັບ, ພີຊີ, ແທັບເລັດ ຈະເປັນແນວໃດນັ້ນ ຄົງຍັງບໍ່ມີໃຜໃຫ້ຄຳຕອບທີ່ແນ່ນອນໄດ້
ແຕ່ເຊື່ອແນ່ວ່າບັນດາໜ້າຈໍພັບໄດ້ນັ້ນຈະເປັນອີກເທັກໂນໂລຢີໜຶ່ງທີ່ໜ້າສົນໃຈ ແລະ ມັນຈະມາໃນອີກບໍ່ເທົ່າໃດປີ
ນີ້ແນ່ນອນ.
Samsung ກ່າວວ່າທາງພວກເຂົາໄດ້ຮ່ວມມືກັນກັບ Google ເພື່ອທີ່ຈະພັດທະນາໜ້າຈໍພັບໄດ້ໃຫ້ພ້ອມເປີດໂຕໃນປີໜ້າ.
ພວກເຮົາກໍມາຖ້າກັນວ່າໜ້າຈໍພັບໄດ້ ຈະເປັນທີຮືຮາ ຫຼື ເຈາະຕະຫຼາດໄດ້ຫຼາຍໜ້ອຍພຽງໃດ
ແລ້ວທ່ານເດ ຄິດແນວໃດກັບເທັກໂນໂລຢີນີ້?
Source: fossbytes.com